ນັກສຶກສາລາວໄປຮຽນຫວຽດນາມ

16/9/2009 ຫາແຕ່ກັບມາຈາກສະໜາມບິນສາກົນວັດໄຕ ເພື່ອໄປສົ່ງໝູ່ທີ່ມາຈາກແຂວງສາລະວັນ ໄປຮຽນຕໍ່ລະດັບປະລີນຍາໂທ ທີ່ ສສ ຫວຽດນາມ. ທຶນພະນັກງານໄປຮຽນຕໍ່ປະລີນຍາໂທ ແລະ ປະລີນຍາເອກທີ່ທາງລັດຖະບານເພີ່ນຕົກລົງກັນແມ່ນ 50 ທຶນ, ເວົ້າລວມແລ້ວແມ່ນສະເພາະສົກປີນີ້ຈະມີນັກສຶກສາລາວໄປຮຽນທີ່ ສສ ຫວຽດນາມ ສົກ ປີ 2009 – 2010 ປະມານ 600 ກວ່າຄົນ (ລວມທັງໄລຍະສັ້ນ ແລະ ໄລຍະຍາວ).

ກຳນົດການເດີນທາງຂອງພະນັກງານດັ່ງກ່າວ ແມ່ນເລີ່ມແຕ່ວັນທີ 14, 15, 16, 17 /9/2009 ເປັນຕົ້ນໄປ

ສະຫຼູບແລ້ວ ເຫັນໝູ່ໄດ້ໄປສຶກສາຕໍ່ ເຮົາກໍ່ຢາກໄປເຊັ່ນດຽວກັນ.

One response to this post.

  1. ເພີ່ມເຕີມ, ສະເພາະຜູ້ທີ່ຮຽນຈົບປະລີນຍາຕີມາແລ້ວແມ່ນຄົ້ນຄ້ວາປະລີນຍາໂທ 2 ປີ, ສ່ວນພາກສ່ວນທີ່ບໍ່ໄດ້ຈົບນັ້ນຕ້ອງ ໄດ້ຮຽນພາສາ ຫວຽດນາມກ່ອນ 1 ປີ ລວມທັງໝົດເປັນ 3 ປີ

    ຕອບກັບ

ໃຫ້ຄວາມເຫັນ