ກັບມາຮຽນຢູ່ຫວຽດນາມອີກຄັ້ງ

ພາຍຫຼັງຈາກຮຽນຈົບປະລິນຍາຕີທີ່ ສສ ຫວຽດນາມ ໃນປີ 2004, ເຮັດວຽກຕື່ມອີກ 5 ປີ ທາງຫ້ອງການກໍ່ສົ່ງໃຫ້ກັບມາຮຽນຕໍ່ປະລິນຍາໂທ ສາຍການເມືອງ – ການປົກຄອງ ທີ່ ສສ ຫວຽດນາມ. ວິຊາທີ່ຈະຮຽນແມ່ນການປົກຄອງເຊິ່ງມີນຳກັນທັງໝົດ 15 ຄົນດ້ວຍກັນ ຈາກຫຼາຍຂະແໜງການໃນທົ່ວປະເທດ

ພາຍຫຼັງຈາກ 5 ປີ ກັບຄືນຫວຽດນາມອີກຄັ້ງນີ້ເຫັນວ່າບ້ານເມືອງເພີ່ນມີການຂະຫຍາຍຕົວສູງ, ມີການຂະຫຍາຍ ແລະ ຍົກລະດັບເສັ້ນທາງຫຼາຍສາຍ ຈົນເກືອບຈື່ບໍ່ໄດ້ ໄປໃສມາໃສກໍ່ໃຊ້ແຕ່ບໍລິການລົດເມປະຈຳທາງ. ລາຄາປີ້ລະ 3000 ດົງ/ຖ້ຽວ ປະມານ 1500 ກີບ. ສ່ວນຄ່າອາຫານການກິນແມ່ນຖືວ່າທົບ ເຄື່ງກັບລາຄາໃນ 5 ປີກ່ອນ, ສະໃໝນັ້ນເຂົ້າລາດໜ້າລາຄາ 8.000 ດົງ ຖືວ່າແຊບແລ້ວ ແຕ່ດຽວນີ້ຕ້ອງ 30.000 ດົງ ຈິ່ງເປັນຕາແຊບ.

ແບບນີ້ທາງອອກດຽວແມ່ນຊື້ໝີ່ມາໄວ້ ກັນໃນຍາມທ້າຍເດືອນ (ກັນໄວ້ດີກວ່າແກ້)

ປລ: ຍັງບໍ່ທັນໄດ້ກ້ອງ, ຍາມໃດໄດ້ກ້ອງແລ້ວຈະເອົາຮູບມາລົງ

ໃຫ້ຄວາມເຫັນ