Archive for the ‘General’ Category

14/4/2010 ບໍ່ໄດ້ໄປໃສ

ຜ່ານພົ້ນໄປໃນວັນທຳອິດຂອງປີໃໝ່ລາວ 14/4/2010 ເຮົານີ້, ເຊີ່ງຂ້າພະເຈົ້າເອງບໍ່ໄດ້ອອກໄປໃສ (ຢູ່ບ້ານຕາກພັດລົມໝົດມື້) ອາກາດຮ້ອນແນ່ ແລະ ບໍ່ມີແຜນຈະໄປທ່ຽວໃສ ມີແຕ່ເບີ່ງຂ້າງບ້ານເພີ່ນເປີດດົນຕີ ແລະ ເຕັ້ນ ແລະ ກົດນ້ຳຕາມແຄມທາງນັ້ນ. ສ່ວນມື້ອື່ນແມ່ນຍັງບໍ່ມີແຜນ ແຕ່ໃນວັນສຸກຕ້ອງໄປຢາມຫ້ອງການ ຕາມໜ້າທີ່ທີ່ໄດ້ຮັບມອບໝາຍ.

ສະບາຍດີປີໃໝ່ລາວ ພສ 2553

ເນື່ອງໃນໂອກາດປີໃໝ່ລາວ ພສ 2553 ນີ້ ຂ້າພະເຈົ້າຂໍອວຍພອນໄຊແດ່ທຸກທ່ານຈົ່ງມີສຸຂະພາບແຂງແຮງ ສົມປາດຖະໜາ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ຜາສຸກໃນຊີວິດຄອບຄົວດ້ວຍ

ຈາກ: phutthavongs@gmail.com

ຂໍຮ່ວມໄວ້ອາໄລແດ່ ທ່ານໄພວັນ ພົມພະຈັນ ຫົວໜ້າທີ່ເຄົາລົບຮັກຂອງພວກເຮົາ

ຂໍຮວ່ມໄວ້ອາໄລຕໍ່ການຈາກໄປໂດຍບໍ່ມີວັນກັບຂອງທ່ານ ໄພວັນ ພົມພະຈັນ ອາດີດຫົວໜ້າກົມກວດກາ ກະຊວງອຸດສາຫະກຳ ແລະ ການຄ້າ

ຫົວໜ້າທີ່ເຄົາລົບຮັກ ແລະ ນັບຖືຂອງພວກເຮົາ

ຈາກ: ພະນັກງານວິຊາການ, ກົມກວດກາ ກະຊວງອຸດສາຫະກຳ ແລະ ການຄ້າ

ພຸດທະວົງ ສີສະຫວັດ

60 Earth Hour ຊ່ວຍກັນມອດໄຟເພື່ອໂລກຂອງເຮົາ

ເປັນທີ່ຮູ້ກັນແລ້ວວ່າລາວເຮົາກໍ່ເປັນປະເທດໜື່ງໃນ 115 ປະເທດທີ່ເຂົ້າຮ່ວມໂຄງການມອດໄຟ ໜື່ງຊົ່ວໂມງ ເພື່ອລຸດຜ່ອນການນຳໃຊ້ພະລັງງານ ຫຼືເພື່ອໃຫ້ໂລກຂອງເຮົາໄດ້ພັກຜ່ອນໜື່ງຊົ່ວໂມງນັ້ນເອງ ໃນວັນທີ 27 ມີນາ 2010 ນີ້

Continue reading

10 ຊີວິດທີ່ກຳລັງຮຽນ Master

ຊຸດຮຽນນີ້ແມ່ນມີທັງໝົດ 15 ຄົນ, ແຕ່ກຳລັງເກັບຄືນໜ່ວຍກິດແມ່ນມີພຽງແຕ່ 10 ຄົນເທົ່ານັ້ນ, ເຊິງມາຈາກຫຼາຍພາກສ່ວນ ແລະ ຂະແໜງການຕ່າງກັນຄື:

Continue reading

ບ່ອນພັກທີ່ທາງໂຮງຮຽນຈັດໃຫ້

ບ່ອນພັກທີ່ຫ້ອງການພົວພັນຕ່າງປະເທດ ຂອງສະຖາບັນເພີ່ນຈັດໃຫ້ແມ່ນນອນທີ່ບ້ານພັກສຶກສາ ຕັ້ງຢູ່ພາຍໃນໂຮງຮຽນ, ຫ້ອງໜື່ງ 3 ຕຽງ ມີແອ, ຕູ້ເຢັນ, ໜໍ້ນ້ຳຮ້ອນ ແລະ ໂທລະທັດ (ມີ Cable ນຳອີກ) ຄົບຊຸດ. ຖືວ່າບໍ່ນ້ອຍໜ້າໂຮງແຮມເລີຍ.

ສະຖາບັນການປົກຄອງແຫ່ງຊາດ

ສະຖາບັນການປົກຄອງ ທີ່ຂ້າພະເຈົ້າກຳລັງສຶກສາຢູ່ ແມ່ນໜື່ງໃນສະຖາບັນທີ່ຂື້ນກັບສະຖາບັນການເມືອງ – ການປົກຄອງ ໂຮ່ຈີມິນ (ສສ ຫວຽດນາມ), ເຊິ່ງຕັ້ງຢູ່ຖະໜົນ Nguyen Chi Thanh, Quan Dong Da – Hà Nội.
Continue reading